ສລຍ ສຳເລັດການຈັດງານພົບປະເພື່ອການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ
ວັນທີ 15 ຕຸລາ 2025 ຜ່ານມານີ້, ສະຖາບັນພັດທະນາຊັບພະຍາກອນ ລາວ-ຍີ່ປຸ່ນ (ສລຍ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານພົບປະເພື່ອການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈຳປີ 2025 ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ທ່ານ ຫົງທອງ ຈັນທະວົງ ຮອງຫົວໜ້າກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະ ກີລາ, ທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນ ລາວ-ຍີ່ປຸ່ນ ມຊ, ມີຜູ້ຕາງໜ້າຈາກອົງການໄຈກາ ປະຈຳລາວ, ຜູ້ຕາງໜ້າຈາກສະຖານທູດຍີ່ປຸ່ນປະຈຳລາວ,...